Bir dil seç

mic

unfoldingWord 01 - ເລື່ອງການຊົງສ້າງ

unfoldingWord 01 - ເລື່ອງການຊົງສ້າງ

Anahat: Genesis 1-2

Komut Dosyası Numarası: 1201

Dil: Lao

Tema: Bible timeline (Creation)

Kitle: General

Amaç: Evangelism; Teaching

Features: Bible Stories; Paraphrase Scripture

Durum: Approved

Komut dosyaları, diğer dillere çeviri ve kayıt için temel yönergelerdir. Her bir farklı kültür ve dil için anlaşılır ve alakalı hale getirmek için gerektiği gibi uyarlanmalıdırlar. Kullanılan bazı terimler ve kavramlar daha fazla açıklamaya ihtiyaç duyabilir veya hatta tamamen değiştirilebilir veya atlanabilir.

Komut Dosyası Metni

ນີ້ຄືຈຸດເລີ່ມຕົ້ນຂອງສັບພະສິ່ງທັງໝົດ. ພຣະເຈົ້າໄດ້ຊົງສ້າງຈັກກະວານແລະທຸກໆສິ່ງພາຍໃນ6ມື້. ຫຼັງຈາກທີ່ພຣະເຈົ້າໄດ້ສ້າງໂລກ, ມັນຍັງມືດແລະຫວ່າງເປົ່າຢູ່ ແລະພຣະວິນຍານຂອງພຣະນີ້ຄືຈຸດເລີ່ມຕົ້ນຂອງສັບພະສິ່ງທັງໝົດ. ພຣະເຈົ້າໄດ້ຊົງສ້າງຈັກກະວານແລະທຸກໆສິ່ງພາຍໃນ6ມື້. ຫຼັງຈາກທີ່ພຣະເຈົ້າໄດ້ສ້າງໂລກ, ມັນຍັງມືດແລະຫວ່າງເປົ່າຢູ່ ແລະພຣະວິນຍານຂອງພຣະເຈົ້າກໍຍັງປົກຄຸມເໜືອໜ້ານ້ຳຢູ່ເຊັ່ນກັນ.

ຈາກນັ້ນພຣະອົງຊົງກ່າວວ່າ, “ຈົ່ງມີແສງແຈ້ງ” ແລະແສງແຈ້ງນັ້ນກໍເກີດຂຶ້ນ. ພຣະອົງຊົງເບິ່ງແສງແຈ້ງນັ້ນແລະເຫັນວ່າດີ. ພຣະອົງຊົງເອີ້ນແສງແຈ້ງນັ້ນວ່າ “ກາງເວັນ” ແລະແຍກແສງແຈ້ງນັ້ນອອກຈາກຄວາມມືດເອີ້ນວ່າ, “ກາງຄືນ” ພຣະອົງຊົງສ້າງແສງແຈ້ງຂຶ້ນໃນມື້ທີໜຶ່ງ.

ການສ້າງໃນວັນທີສອງ ພຣະເຈົ້າກ່າວໃຫ້ເກີດມີທ້ອງຟ້າຢູ່ຂ້າງເທິງແລະແຜ່ນດິນໂລກຢູ່ຂ້າງລຸ່ມ. ພຣະອົງສ້າງທ້ອງຟ້າໂດຍແຍກນ້ຳໃຫ້ມີຢູ່ເທິງຟ້າແລະນ້ຳຢູ່ລຸ່ມຕິດກັບແຜ່ນດິນໂລກ.

ໃນວັນທີ3 ພຣະເຈົ້າກ່າວໃຫ້ນ້ຳແຍກອອກຈາກດິນ. ພຣະອົງເອີ້ນດິນນັ້ນວ່າ “ແຜ່ນດິນໂລກ” ແລະເອີ້ນນໍ້ານັ້ນວ່າ “ທະເລ” ແລ້ວພຣະເຈົ້າກໍເຫັນວ່າດີ.

ແລ້ວພຣະເຈົ້າກໍກ່າວ, “ໃຫ້ໂລກເກີດມີຕົ້ນໄມ້ແລະພືດພັນຕ່າງໆແລ້ວມັນກໍເກີດຕາມນັ້ນ. ພຣະເຈົ້າເຫັນວ່າສິ່ງທີ່ສ້າງນັ້ນດີ.

ໃນວັນທີ4 ພຣະເຈົ້າໄດ້ກ່າວໃຫ້ມີຕາເວັນ, ມີເດືອນ ແລະດວງດາວຕ່າງໆ. ພຣະເຈົ້າໃຫ້ພວກມັນມີແສງສະຫວ່າງສ່ອງໄປທົ່ວແລະສ່ອງໃສ່ໂລກຄືກັນ ເຮັດໃຫ້ໂລກມີກາງເວັນ,ກາງຄືນ,ລະດູການ ແລະປີ. ພຣະເຈົ້າເຫັນວ່າສິ່ງທີ່ສ້າງນັ້ນດີ.

ໃນວັນທີ5 ພຣະເຈົ້າໄດ້ກ່າວແລະສ້າງສັດນ້ຳແລະສັດປີກທຸກຊະນິດ. ພຣະເຈົ້າເຫັນວ່າມັນດີ ແລ້ວພຣະອົງໄດ້ອວຍພອນພວກມັນໃຫ້ເພີ່ມຂຶ້ນ.

ໃນວັນທີ6 ພຣະເຈົ້າໄດ້ກ່າວໃຫ້ມີສັດທຸກຊະນິດທີ່ຢູ່ເທິງແຜ່ນດິນ ແລະມັນກໍເກີດຂຶ້ນຕາມນັ້ນ. ມີທັງສັດບ້ານແລະສັດເລືອຄານຕ່າງໆ ແລະສັດປ່ານຳ. ພຣະເຈົ້າເຫັນວ່າມັນດີ.

ຈາກນັ້ນພຣະເຈົ້າຊົງກ່າວວ່າ, “ໃຫ້ເຮົາສ້າງມະນຸດຕາມລັກສະນະຂອງເຮົາ. ພວກເຂົາຈະເປັນຜູ້ປົກຄອງທຸກໆສິ່ງແລະສັດທຸກຊະນິດເທິງແຜ່ນດິນໂລກ.

ຈາກນັ້ນພຣະອົງຊົງຈັບເອົາຂີ້ດິນຂຶ້ນມາປັ້ນເປັນຜູ້ຊາຍແລະໃສ່ລົມຫາຍໃຈຂອງພຣະອົງໃນລາວ. ພຣະອົງຊົງໃສ່ຊື່ຂອງລາວວ່າ ອາດາມ. ພຣະເຈົ້າຊົງສ້າງສວນໄວ້ສຳລັບອາດາມເພື່ອໃຫ້ອາໄສຢູ່ ແລະມອບໃຫ້ລາວເປັນຜູ້ເບິ່ງແຍງສວນນັ້ນ.

ຢູ່ກາງສວນ ພຣະເຈົ້າໄດ້ຊົງສ້າງຕົ້ນໄມ້ພິເສດ 2 ຕົ້ນ, ຄືຕົ້ນໄມ້ແຫ່ງຊີວິດ ແລະ ຕົ້ນໄມ້ແຫ່ງການຮູ້ຈັກຄວາມດີແລະຄວາມຊົ່ວ. ພຣະເຈົ້າບອກກັບອາດາມວ່າ ໃຫ້ລາວສາມາດກິນໝາກໄມ້ທຸກຊະນິດຈາກທຸກຕົ້ນໄດ້ ຍົົກເວັ້ນຕົ້ນໄມ້ແຫ່ງການຮູ້ຈັກຄວາມດີແລະຄວາມຊົ່ວ. ຖ້າລາວກິນ ລາວກໍຈະຕາຍ.

ຈາກນັ້ນພຣະເຈົ້າຊົງກ່າວວ່າ, “ບໍ່ເປັນການດີທີ່ຈະປ່ອຍໃຫ້ຊາຍຄົນນີ້ຢູ່ຄົນດຽວ.” ແຕ່ກໍບໍ່ມີສັດຊະນິດໃດທີ່ຈະສາມາດເປັນຜູ້ຊ່ວຍຂອງອາດາມໄດ້.

ສະນັ້ນ ພຣະເຈົ້າຈຶ່ງໃຫ້ອາດາມນອນຫຼັບ ຈາກນັ້ນພຣະເຈົ້າກໍເອົາກະດູກຂ້າງຂອງອາດາມມາສ້າງເປັນຜູ້ຍິງ ແລະມອບຍິງນັ້ນໃຫ້ກັບລາວ.

ເມື່ອອາດາມເຫັນຍິງນັ້ນກໍກ່າວວ່າ, “ໃນທີ່ສຸດ ຍິງຄົນນີ້ເປັນເໝືອນຂ້ອຍ! ຂ້ອຍຈະເອີ້ນລາວວ່າ “ຜູ້ຍິງ” ເພາະລາວມາຈາກຜູ້ຊາຍ. ຍ້ອນເຫດນີ້ຜູ້ຊາຍຈິ່ງລະຈາກພໍ່ແມ່ເພື່ອໄປຢູ່ກັບເມຍຂອງຕົນ

ພຣະເຈົ້າໄດ້ຊົງສ້າງຜູ້ຊາຍ ແລະ ຜູ້ຍິງຈາກພຣະລັກສະນະຂອງພຣະອົງ. ພຣະອົງໄດ້ຊົງອວຍພອນໃຫ້ພວກເຂົາແລະກ່າວວ່າ, “ຈົ່ງເກີດລູກຫຼານໃຫ້ເຕັມທົ່ວແຜ່ນດິນໂລກ! ພຣະອົງເບິ່ງສິ່ງທີ່ພຣະອົງຊົງສ້າງແລະເຫັນວ່າດີ ແລະຊົງພໍພຣະໄທກັບທຸກສິ່ງທີ່ພຣະອົງສ້າງ. ພຣະອົງໄດ້ຊົງສ້າງມະນຸດຂຶ້ນໃນວັນທີຫົກ.

ເມື່ອເຖິງວັນທີເຈັດ ພຣະອົງຊົງສຳເລັດການຊົງສ້າງຂອງພຣະອົງ ແລະພຣະອົງຊົງພັກຜ່ອນ. ພຣະອົງໄດ້ຊົງອວຍພອນໃຫ້ວັນທີ7 ເປັນວັນສິນສັກສິດບໍຣິສຸດ ເພາະເປັນວັນທີ່ພຣະອົງຊົງພັກຜ່ອນຈາກການເຮັດວຽກງານຂອງພຣະອົງ. ນີ້ຄືວິທີທີ່ພຣະເຈົ້າຊົງສ້າງຈັກກະວານແລະທຸກສິ່ງທຸກຢ່າງ.

İlgili bilgi

Hayat Sözleri - Kurtuluş ve Hıristiyan yaşamı hakkında İncil temelli mesajlar içeren binlerce dilde sesli İncil mesajları.

Choosing the audio or video format to download - What audio and video file formats are available from GRN, and which one is best to use?

Copyright and Licensing - GRN shares its audio, video and written scripts under Creative Commons