unfoldingWord 47 - ໂປໂລແລະຊີລາໃນເມືອງຟີລິບປອຍ
개요: Acts 16:11-40
스크립트 번호: 1247
언어: Lao
청중: General
목적: Evangelism; Teaching
Features: Bible Stories; Paraphrase Scripture
지위: Approved
이 스크립트는 다른 언어로 번역 및 녹음을위한 기본 지침입니다. 그것은 그것이 사용되는 각 영역에 맞게 다른 문화와 언어로 조정되어야 합니다. 사용되는 몇 가지 용어와 개념은 다른 문화에서는 다듬어지거나 생략해야 할 수도 있습니다.
스크립트 텍스트
ໂຊໂລເລີ່ມອອກເດີນທາງໄປທົ່ວອານາຈັກໂຣມໂດຍໃຊ້ຊື່ໃໝ່ວ່າ “ໂປໂລ” ມື້ໜຶ່ງໂປໂລແລະເພື່ອນຂອງລາວ, ຊີລາໄດ້ເຂົ້າໄປໃນເມືອງຟີລິບປອຍເພື່ອປະກາດຂ່າວປະເສີດເລື່ອງຂອງພຣະເຢຊູ. ພວກເຂົາໄດ້ອອກໄປແຄມແມ່ນ້ຳທີ່ຢູ່ນອກເມືອງເຊິ່ງເປັນບ່ອນທີ່ຄົນທັງຫຼາຍມາຮ່ວມກັນອະທິຖານ. ໃນທີ່ນັ້ນພວກເຂົາໄດ້ພົບກັບແມ່ຄ້າຄົນໜຶ່ງຊື່ວ່າ ລີເດຍ. ນາງເປັນຜູ້ທີ່ຮັກພຣະເຈົ້າແລະນະມັດສະການພຣະເຈົ້າຢູ່ຕະຫຼອດ.
ພຣະເຈົ້າໄດ້ຊົງເປີດຈິດໃຈຂອງນາງໃຫ້ນາງໄດ້ຮັບເຊື່ອເລື່ອງຂອງອົງພຣະເຢຊູ ແລ້ວນາງແລະຄອບຄົວຂອງນາງກໍໄດ້ຮັບບັບຕິດສະມາ. ນາງໄດ້ເຊື້ອເຊີນໂປໂລກັບຊີລາໃຫ້ພັກຢູ່ໃນເຮືອນຂອງນາງ ສະນັ້ນພວກເຂົາຈິ່ງພັກຢູ່ທີ່ນັ້ນກັບນາງແລະຄອບຄົວຂອງນາງ.
ໂປໂລແລະຊີລາຈະເຂົ້າໄປສະຖານທີ່ໄຫວ້ວອນແລະພົບກັບປະຊາຊົນທີ່ນັ້ນຢູ່ເລື້ອຍໆ. ທຸກໆມື້ເມື່ອພວກເຂົາຍ່າງໄປ ຈະມີຜູ້ຍິງທີ່ຖືກຜີສິງຄົນໜຶ່ງຕິດຕາມພວກເຂົາໄປ. ໂດຍອຳນາດຂອງຜີໃນຕົວຂອງນາງນັ້ນ ນາງສາມາດທຳນາຍເຖິງອະນາຄົດຂອງຄົນອື່ນເພື່ອຫາເງິນໃຫ້ເຈົ້ານາຍຂອງນາງຈາກການເປັນໝໍດູ.
ໝໍດູຍິງທີ່ເປັນທາດຄົນນີ້ມັກຮ້ອງໃສ່ຜູ້ຄົນຢູ່ຕະຫຼອດວ່າ, “ຊາຍ2ຄົນນີ້ແມ່ນຜູ້ຮັບໃຊ້ພຣະເຈົ້າອົງສູງສຸດ. ພວກເຂົາກຳລັງບອກພວກເຈົ້າໃຫ້ຮູ້ເຖິງຫົນທາງແຫ່ງຄວາມລອດພົ້ນ!” ນາງເຮັດແບບນີ້ເລື້ອຍໆຈົນເຮັດໃຫ້ໂປໂລຮູ້ສຶກລຳຄານ.
ໃນທີ່ສຸດ ມື້ໜຶ່ງເມື່ອທາດຍິງຄົນນັ້ນກຳລັງຮ້ອງປະກາດຢູ່ ໂປໂລກໍຫັນໜ້າມາຫານາງແລະກ່າວກັບຜີທີ່ຢູ່ໃນໂຕຂອງນາງວ່າ, “ໃນພຣະນາມຂອງພຣະເຢຊູ, ຈົ່ງໜີອອກຈາກຍິງຄົນນີ້!” ແລ້ວຜີກໍອອກຈາກຍິງນັ້ນໄປ.
ຊາຍຜູ້ເປັນເຈົ້ານາຍຂອງທາດຍິງຄົນນັ້ນຮູ້ສຶກໃຈຮ້າຍກັບພວກເຂົາ! ແລ້ວພວກເຂົາກໍຮູ້ວ່າຖ້າບໍ່ມີຜີແລ້ວ ທາດຍິງຄົນນັ້ນກໍບໍ່ສາມາດທຳນາຍເຖິງອະນາຄົດຂອງຄົນທັງຫຼາຍໄດ້. ນັ້ນໝາຍຄວາມວ່າ ຄົນທັງຫຼາຍຈະບໍ່ຈ່າຍເງິນໃຫ້ນາຍຂອງນາງເພື່ອໃຫ້ນາງບອກເຖິງອະນາຄົດຂອງພວກເຂົາ.
ສະນັ້ນ ເຈົ້ານາຍຂອງທາດຍິງຄົ້ນນັ້ນຈິ່ງນຳເອົາໂປໂລແລະຊີລາໄປຫາເຈົ້າໜ້າທີ່ຂອງກຸງໂຣມ ເພື່ອໃຫ້ຂ້ຽນຕີແລະຂັງພວກເຂົາໄວ້ຢູ່ໃນຄຸກ.
ພວກເຂົາຂັງໂປໂລໄວ້ໃນບ່ອນເລິກສຸດຂອງຄຸກພ້ອມທັງລັອກຕີນແລະມືຂອງພວກເຂົາໄວ້. ແຕ່ພວກເຂົາກໍຍັງຮ້ອງເພງສັນລະເສີນພຣະເຈົ້າຢ່າງຊື່ນຊົມຍິນດີຈົນເຖິງທ່ຽງຄືນ.
ທັນໃດນັ້ນກໍເກີດມີແຜ່ນດິນໄຫວຢ່າງຮຸນແຮງ! ຈົນເຮັດໃຫ້ປະຕູຄຸກທຸກບານໄຂອອກ, ໂສ້ທີ່ລ່າມນັກໂທດທຸກຄົນກໍຫຼຸດອອກ.
ເມື່ອເຈົ້າໜ້າທີ່ຍາມຄຸກຕື່ນຂຶ້ນມາແລ້ວເຫັນວ່າປະຕູຄຸກທຸກບານໄຂອອກ ລາວກໍຕົກໃຈຫຼາຍ! ລາວຄິດວ່ານັກໂທດທັງໝົດໄດ້ໜີອອກໄປໝົດແລ້ວ, ສະນັ້ນລາວຈິ່ງຄິດວ່າຈະຂ້າຕົວຕາຍ. (ລາວຮູ້ວ່າຫົວໜ້າຊາວໂຣມຈະຂ້າລາວຖ້າລາວປ່ອຍໃຫ້ນັກໂທດໜີໄປ) ແຕ່ໂປໂລເຫັນລາວຈິ່ງຮ້ອງໃສ່ລາວວ່າ, “ຢຸດດຽວນີ້! ຢ່າທຳຮ້າຍໂຕເອງ, ພວກເຮົາທຸກຄົນຍັງຢູ່ທີ່ນີ້.”
ເຈົ້າໜ້າທີ່ຍາມຄຸກຄົນນັ້ນຮູ້ສຶກຢ້ານຈົນຕົວສັ່ນແລະເຂົ້າມາຖາມໂປໂລວ່າ, “ຂ້ານ້ອຍຕ້ອງເຮັດຢ່າງໃດເພື່ອຈະໄດ້ຮັບຄວາມລອດພົ້ນ?” ໂປໂລຈຶ່ງຕອບລາວວ່າ, “ຈົ່ງເຊື່ອໃນພຣະເຢຊູເຈົ້າຜູ້ເປັນເຈົ້ານາຍ ແລ້ວເຈົ້າແລະຄອບຄົວຂອງເຈົ້າຈະໄດ້ຮັບຄວາມລອດພົ້ນ.” ຫຼັງຈາກນັ້ນເຈົ້າໜ້າທີ່ຍາມຄຸກກໍພາໂປໂລແລະຊີລາກັບໄປເຮືອນຂອງລາວແລະລ້າງບາດແຜໃຫ້ກັບພວກເຂົາ. ໂປໂລໄດ້ປະກາດຂ່າວປະເສີດເລື່ອງຂອງພຣະເຢຊູເຈົ້າໃຫ້ກັບທຸກໆຄົນໃນເຮືອນຂອງເຈົ້າໜ້າທີ່ຄົນນັ້ນ.
ເຈົ້າໜ້າທີ່ຍາມຄຸກແລະເມຍພ້ອມທັງສະມາຊິກຄອບຄົວຂອງລາວໄດ້ຮັບເຊື່ອໃນອົງພຣະເຢຊູ ແລະຮັບບັບຕິສະມາໝົດທຸກຄົນ. ຈາກນັ້ນພວກເຂົາກໍນຳອາຫານມາໃຫ້ໂປໂລແລະຊີລາກິນຮ່ວມກັນຢ່າງຊົມຊື່ນຍິນດີ.
ໃນວັນຕໍ່ມາ ເຈົ້າເມືອງກໍອະນຸຍາດໃຫ້ປ່ອຍໂປໂລແລະຊີລາອອກຈາກຄຸກ ແລະຂໍໃຫ້ພວກເຂົາອອກໄປຈາກເມືອງຟີລິບປອຍ. ໂປໂລແລະຊີລາໄດ້ໄປຢ້ຽມຢາມນາງລີເດຍແລະເພື່ອນບາງຄົນໃນເມືອງກ່ອນທີ່ຈະອອກຈາກເມືອງໄປ. ຂ່າວປະເສີດເລື່ອງຂອງອົງພຣະເຢຊູເຈົ້າກໍແຜ່ຂະຫຍາຍອອກໄປ ແລະຄຣິສຕະຈັກກໍນັບມື້ນັບເພີ່ມຂຶ້ນ.
ໂປໂລແລະຜູ້ນຳຄຣິສຕຽນຄົນອື່ນໆໄດ້ອອກເດີນທາງໄປຍັງຫຼາຍໆເມືອງ ເພື່ອປະກາດແລະສັ່ງສອນຜູ້ຄົນເຖິງຂ່າວປະເສີດຂອງອົງພຣະເຢຊູເຈົ້າ. ພວກເຂົາຍັງໄດ້ຂຽນຈົດໝາຍເພື່ອໜູນໃຈແລະສັ່ງສອນຜູ້ທີ່ເຊື່ອຢູ່ຕາມຄຣິສຕະຈັກຕ່າງໆ. ຈົດໝາຍບາງສະບັບກໍໄດ້ກາຍມາເປັນໜັງສືທີ່ຢູ່ໃນພຣະຄຳພີ.
