unfoldingWord 27 - ຊາວສະມາເຣຍຜູ້ໃຈດີ
Контур: Luke 10:25-37
Сценарий нөмірі: 1227
Тіл: Lao
Аудитория: General
Мақсат: Evangelism; Teaching
Features: Bible Stories; Paraphrase Scripture
Күй: Approved
Сценарийлер басқа тілдерге аудару және жазу үшін негізгі нұсқаулар болып табылады. Оларды әр түрлі мәдениет пен тілге түсінікті және сәйкес ету үшін қажетінше бейімдеу керек. Пайдаланылған кейбір терминдер мен ұғымдар көбірек түсіндіруді қажет етуі немесе тіпті ауыстырылуы немесе толығымен алынып тасталуы мүмкін.
Сценарий мәтіні
ມື້ໜຶ່ງ, ນັກທໍາມະຈານຄົນໜຶ່ງໄດ້ມາຫາພຣະເຢຊູ ເພື່ອທົດສອບພຣະອົງ, ລາວເວົ້າຂຶ້ນວ່າ, “ອາຈານ, ຂ້ານ້ອຍຕ້ອງເຮັດແນວໃດເພື່ອຈະໄດ້ຊີວິດນິລັນດອນ?” ພຣະເຢຊູຕອບວ່າ, “ໃນພະບັນຍັດຂອງພຣະເຈົ້າໄດ້ຂຽນໄວ້ວ່າຈັ່ງໃດ?”
ນັກທໍາມະຈານເວົ້າວ່າ, ພຣະບັນຍັດຂອງພຣະເຈົ້າຂຽນໄວ້ວ່າ”ຈົ່ງຮັກພຣະເຈົ້າຂອງເຈົ້າດ້ວຍສຸດຈິດສຸດໃຈ, ສຸດກໍາລັງແລະ ສຸດຄວາມຄິດ. ແລະ ຈົ່ງຮັກເພື່ອນບ້ານເໝືອນກັບຮັກຕົນເອງ.” ພຣະເຢຊູຕອບວ່າ, “ເຈົ້າເວົ້າຖືກແລ້ວ! ຈົ່ງປະຕິບັດຕາມນັ້ນແລ້ວເຈົ້າຈະມີຊີວິດນິລັນດອນ.”
ແຕ່ທໍາມະຈານຍັງຢາກທົດສອບ ວ່າລາວເປັນຄົນຊອບທໍາ, ສະນັ້ນ, ລາວຈຶ່ງຖາມພຣະອົງວ່າ, “ໃຜຄືເພື່ອນບ້ານຂອງຂ້ານ້ອຍ?”
ພຣະເຢຊູໄດ້ຕອບທໍາມະຈານໂດຍຜ່ານການເລົ່າເລື່ອງໜຶ່ງ. “ໄດ້ມີຊາຍຢິວຄົນໜຶ່ງກໍາລັງເດີນທາງຕາມຖະໜົນ ຈາກກຸງເຢລູຊາເລັມໄປ ເມືອງເຢຣີໂກ.”
ໃນຂະນະທີ່ຊາຍຄົນນັ້ນກໍາລັງເດີນທາງ ລາວໄດ້ຖືກໂຈນປຸ້ນ. ພວກເຂົາເອົາທຸກຢ່າງທີ່ລາວມີ ແລະ ຕີລາວຈົນເກືອບຕາຍ. ແລ້ວໂຈນກໍໜີໄປ.
ຫຼັງຈາກນັ້ນບໍ່ດົນ, ກໍບັງເອີນມີນັກບວດຢ່າງລົງມາທາງດຽວກັນ. ເມື່ອຜູ້ນໍາສາດສະໜາຫຼຽວເຫັນຊາຍຄົນນັ້ນ ທີ່ຖືກປຸ້ນ ແລະ ຖືກຕີ. ລາວຍ່າງເວັ້ນໄປເສັ້ນທາງອື່ນ. ໂດຍບໍ່ສົນໃຈຄົນທີ່ຕ້ອງການຄວາມຊ່ວຍເຫຼືອ.
ບໍ່ດົນຫຼັງຈາກນັ້ນ. ຄົນເລວີຄົນໜຶ່ງໄດ້ມາຕາມເສັ້ນທາງ (ເລວີ ແມ່ນຊົນເຜົ່າໜຶ່ງຂອງຊາວຢິວ. ເຊິ່ງເປັນຜູ້ຊ່ວຍນັກບວດໃນພະວິຫານ) ເລວີກໍຍ່າງຂ້າມໄປອີກຝາກໜຶ່ງຂອງຖະໜົນ ແລະ ບໍ່່ສົນໃຈຄົນທີ່ຖືກປຸ້ນຖືກຕີນັ້ນ.
ຄົນຕໍ່ໄປໄດ້ຢ່າງລົງມາຕາມເສັ້ນທາງເຊິ່ງເປັນຄົນຊາມາເລຍ, (ຊາວຊາມາເລຍ ເປັນລູກຫຼານຂອງຊາວຢິວທີ່ແຕ່ງງານກັບຊົນຊາດອື່ນ. ຊາວຊາມາເລຍ ແລະ ຊາວຢິວກຽດຊັງເຊິ່ງກັນ ແລະ ກັນ.) ແຕ່ເມື່ອຄົນຊາມາເລຍໄດ້ເຫັນຊາຍຢິວຄົນນັ້ນ; ລາວຮູ້ສຶກສົງສານຊາຍຄົນນັ້ນຫຼາຍ. ດັ່ງນັ້ນ ລາວຈຶ່ງຊ່ວຍ ແລະ ເອົາຜ້າພັນແຜໃຫ້ຊາຍຄົນນັ້ນ.
ຊາວຊາມາເລຍໄດ້ຍົກຊາຍຄົນນັ້ນ ຂຶ້ນເທິງຫຼັງໂຕລໍຂອງລາວ ແລະ ໄດ້ພາຊາຍຄົນນັ້ນໄປທີ່ໂຮງແຮມແຫ່ງໜຶ່ງ ພ້ອມກັບດູແລລາວ.
ມື້ຕໍ່ມາ, ຊາຍຊາມາເລຍ ຈໍາເປັນຕ້ອງເດີນທາງຕໍ່.ລາວໄດ້ເອົາເງິນໃຫ້ຜູ້ດູແລໃນໂຮງແຮມ ແລະ ເວົ້າວ່າ: "ຈົ່ງເບິ່ງແຍງລາວ ແລະ ຖ້າມີຄ່າໃຊ້ຈ່າຍທີ່ຫຼາຍກ່ວາທີ່ຂ້ອຍໃຫ້, ເມື່ອຂ້ອຍກັບມາຂ້ອຍຈະຈ່າຍຄືນໃຫ້.”
ຫຼັງຈາກນັ້ນ ພຣະເຢຊູໄດ້ຖາມທໍາມະຈານວ່າ, “ເຈົ້າຄິດວ່າແນວໃດ ໃນຊາຍສາມຄົນນີ້ ຜູ້ໃດເປັນເພື່ອນບ້ານຂອງຊາຍທີ່ຖືກປຸ້ນ ແລະ ຖືກຕີ?” ທໍາມະຈານໄດ້ຕອບວ່າ,”ຜູ້ທີ່ມີຄວາມເມດຕາຕໍ່ລາວ.” ພຣະເຢຊູໄດ້ກ່າວຕໍ່ທໍາມະຈານວ່າ,”ເຈົ້າຈົ່ງໄປແລະ ເຮັດສິ່ງນັ້ນເໝືອນກັນ.”