unfoldingWord 41 - ພຣະເຢຊູເປັນຄືນມາຈາກຕາຍ
მონახაზი: Matthew 27:62-28:15; Mark 16:1-11; Luke 24:1-12; John 20:1-18
სკრიპტის ნომერი: 1241
Ენა: Lao
აუდიტორია: General
მიზანი: Evangelism; Teaching
Features: Bible Stories; Paraphrase Scripture
სტატუსი: Approved
სკრიპტები არის ძირითადი სახელმძღვანელო სხვა ენებზე თარგმნისა და ჩაწერისთვის. ისინი საჭიროებისამებრ უნდა იყოს ადაპტირებული, რათა გასაგები და შესაბამისი იყოს თითოეული განსხვავებული კულტურისა და ენისთვის. ზოგიერთ ტერმინს და ცნებას შეიძლება დასჭირდეს მეტი ახსნა ან ჩანაცვლება ან მთლიანად გამოტოვება.
სკრიპტის ტექსტი
ຫຼັງຈາກພວກທະຫານໄດ້ຄຶງ ພຣະເຢຊູເຈົ້າທີ່ໄມ້ກາງແຂນແລ້ວ, ຜູ້ນໍາຊາວຢິວໄດ້ເວົ້າກັບປີລາດວ່າ,” ເຢຊູຄົນຂີ້ຕົວະເຄີຍເວົ້າວ່າ, ລາວຈະເປັນຄືນມາຈາກຕາຍຫຼັງຈາກສາມວັນ. ຕ້ອງມີຄົນໄປຍາມອຸບມຸງນັ້ນ ເພື່ອໃຫ້ແນ່ໃຈວ່າ ພວກສາວົກຂອງລາວຈະບໍ່ໄດ້ລັກເອົາສົບ ແລະ ບອກວ່າລາວເປັນຄືນມາຈາກຕາຍ.”
ປີລາດເວົ້າວ່າ, “ເອົາພວກທະຫານໄປຍາມອຸບມຸງໄວ້ ແລະ ປ້ອງກັນອຸບມຸງນັ້ັນເທົ່າທີ່ຈະປ້ອງກັນໄດ້.” ດັ່ງນັ້ນ, ພວກທະຫານຈຶ່ງ ເອົາກ້ອນຫີນອັດປາກອຸບມຸງ ແລະ ເອົາພວກທະຫານໄປຍາມໄວ້ເພື່ອບໍ່ໃຫ້ຜູ້ໃດລັກເອົາສົບໄດ້.
ມື້ຕໍ່ມາ, ຫຼັງຈາກພຣະເຢຊູຖືກຟັງຢູ່ນັ້ນເປັນວັນສະບາໂຕ ແລະ ຊາວຢິວ ບໍ່ສາມາດທີ່ຈະເຂົ້າໄປອຸບມຸງໃນມື້ນັ້ນ. ໃນຕອນເຊົ້າຫຼັງຈາກວັນສະບາໂຕ, ຜູ້ຍິງຫຼາຍຄົນໄດ້ຈັດຕຽມເອົາເຄື່ອງຫອມເພື່ອທີ່ຈະໄປອຸບມຸງຂອງພຣະເຢຊູ ເພື່ອຫົດສົງພຣະສົບຂອງພຣະອົງ.
ທັນໃດນັ້ນ, ເກີດມີແຜ່ນດິນໄຫວ, ເທວະດາໄດ້ລົງມາຈາກສະຫວັນ ເປັ່ງແສງເຫຼື້ອມສົດໃສ ເໝືອນດັ່ງຟ້າແມບໄດ້ມາປະກົດ, ເພິ່ນກິ້ງກ້ອນຫີນທີ່ປິດທາງເຂົ້າອຸບມຸງອອກ ແລະ ນັ່ງເທິງກ້ອນຫີນນັ້ນ. ທະຫານທີ່ເຝົ້າອຸບມູງຝັງສົບທີ່ນັ້ນ ຕົກໃຈຫຼາຍ ແລະ ລົ້ມລົງເໝືອນຄົນຕາຍ.
ເມື່ອພວກຜູ້ຍິງມາເຖິງອຸໂມງ ເທວະດາໄດ້ເວົ້າກັບພວກເຂົາວ່າ, “ຢ່າຢ້ານເລີຍ. ເພາະພຣະເຢຊູບໍ່ໄດ້ຢູ່ທີ່ນີ້. ພຣະອົງໄດ້ຄືນຈາກຄວາມຕາຍແລ້ວ, ເໝືອນດັ່ງທີ່ພຣະອົງເຄີຍກ່າວໄວ້. ເບິ່ງທີ່ອຸບມູງແມ້!" ພວກຜູ້ຍິງແນມເຂົ້າໄປທີ່ອຸບມູງເພື່ອຊອກຫາວ່າພຣະເຢຊູຢູ່ໃສ.ແຕ່ພຣະອົງບໍ່ໄດ້ຢູ່ທີ່ນັ້ນ.”
ເທວະດາໄດ້ກ່າວແກ່ພວກເຂົາວ່າ “ຈົ່ງໄປ ແລະ ບອກສາວົກຂອງພຣະເຢຊູເຈົ້າ, ພຣະເຢຊູເຈົ້າໄດ້ຄືນມາຈາກຄວາມຕາຍ ແລະ ພຣະອົງຈະໄປເມືອງຄາລີເລກ່ອນໜ້າພວກເຂົາ.
ພວກຜູ້ຍິງເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ຊື່ນຊົມຍິນດີ ພວກເຂົາແລ່ນອອກໄປ ແລະ ບອກຂ່າວດີກັບພວກສາວົກຂອງພຣະອົງ,
ໃນຂະນະທີ່ພວກຜູ້ຍິງກໍາລັງໄປບອກພວກສາວົກເລື່ອງຂ່າວດີ, ພຣະເຢຊູໄດ້ມາປະກົດແກ່ພວກເຂົາ, ແລະພວກເຂົາກໍນະມັດສະການພຣະອົງ, ພຣະເຢຊູເຈົ້າໄດ້ກ່າວວ່າ,”ຢ່າຢ້ານເລີຍ, ຈົ່ງໄປບອກພວກສາວົກຂອງເຮົາໃຫ້ໄປທີ່ເມືອງຄາລີເລ ພວກເຂົາຈະເຫັນເຮົາຢູ່ທີ່ນັ້ນ.”